19 September 2023

ໂຄງການ B-Strong: ການລິເລີ່ມໃໝ່ເພື່ອສະໜັບສະໜູນຜູ້ປະກອບກິດຈະການ MSME ໃນ ສປປ ລາວ.

ໂຄງການ B-Strong, ເປັນໝາກຜົນໜຶ່ງ ຂອງ ໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກ ໂຄວິດ-19 (MSME A2F-ESR Project). ໂຄງການດັ່ງກ່າວໄດ້ຮັບພັດທະນາຈາກການຮ່ວມມືລະຫວ່າງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບຈາກ ໂຄວິດ-19 (MSME A2F ESR Project) ແລະ ບໍລິສັດ ຄະຕະລິສ ພາສເນີສ (Katalyst Partners), ທັງສອງຝ່າຍໄດ້ເຊັນສັນຍາຈ້າງງານຮ່ວມກັນໃນວັນທີ 22 ພຶດສະພາ 2023. ຈຸດປະສົງໂຄງການ B-Strong ແມ່ນເພື່ອເສີມສ້າງ ທັກສະ ແລະ ຄວາມສາມາດ ໃຫ້ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ, ແລະ ກາງ (MSME) ໃນ ສປປ ລາວ ໃຫ້ເຕີບໂຕ ແລະ ດັດປັບ ທຸລະກິດຂອງພວກເຂົາເຂົ້າກັບສະພາບການ ທີ່ປ່ຽນໄປຂອງເສດຖະກິດລາວ ໃນປະຈຸບັນ ຄຽງຄູ່ກັບການພັດທະນາແບບຍືນຍົງ.

ໂຄງການ B-Strong ຈະດຳເນີນເປັນເວລາ 03 ເດືອນ (ເລີ່ມແຕ່ເດືອນ ກັນຍາ - ທັນວາ 2023), ໂດຍຈະຈັດ ສຳມະນາ ໃນທຸກໆ 02 ອາທິດ ຕໍ່ຄັ້ງ ຊຶ່ງ ປະກອບດ້ວຍ 6 ຫົວຂໍ້ຫຼັກ (Modules) ຄື: (1) ການເຮັດໃຫ້ທຸລະກິດຂອງທ່ານໃຫ້ເຕີບໂຕ, (2) ການເຮັດໃຫ້ຖານລູກຄ້າເຕີບໂຕ, (3) ໂອກາດທາງການຄ້າເອເລັກໂຕຣນິກ, (4) ໂອກາດດ້ານນະວັດຕະກໍາຕ່າງໆ, (5) ການບໍລິຫານຈັດການດ້ານການເງິນ ເເລະ ກະເເສເງິນສົດ, ແລະ (6) ສິ່ງທ້າທ້າຍກ່ຽວກັບຄົນ. ຊຸດຝຶກອົບຮົມຄັ້ງທີ 1 ຈັດຂື້ນໃນວັນທີ 11 ກັນຍາ 2023 ທີ່ໂຮງແຮມ ແກຣນວຽງຈັນ

ມີຜູ້ເຂົ້າຮ່ວມທີ່ເປັນຜູ້ປະກອບກິດຈະການ MSME ທັງໝົດ 25 ທ່ານ ທີ່ຜ່ານການຄັດເລືອກໂດຍ ກສວ ແລະ ບໍລິສັດ ຄະຕະລິສ ພາສເນີສ (Katalyst Partners), ໂດຍມີ MSME ທີ່ມາຈາກຂະແໜງການຕ່າງໆຄື: ກະສິກຳ, ຫັດຖະກຳ, ທ່ອງທ່ຽວ ແລະ ການສຶກສາ. ການຝຶກອົບຮົບດັ່ງກ່າວ ແມ່ນການຝຶກອົບຮົມແບບຕໍ່ເນື່ອງ ທີ່ຈະໃຊ້ເວລາປະມານ 03 ເດືອນຈຶ່ງຈະສຳເລັດ. ການສໍາມະນາໄດ້ຖືກອອກແບບໃຫ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ແລະ ລົງມືປະຕິບັດຕົວຈິງ. ໂດຍການແລກປ່ຽນເຕັກນິກປະສົບການ ແລະ ວິທີການແກ້ໄຂບັນຫາທີ່ເປັນລະບົບ ນໍາໃຊ້ແຜນວາດທຸລະກິດ ເພື່ອວິເຄາະ ແລະ ການປັບປຸງແບບຮອບດ້ານຂອງທຸລະກິດ; ການນຳໃຊ້ແຜນ 10/10/10 ໃນການວາງແຜນເພື່ອເພີ່ມຍອດຂາຍ ແລະ ເພີ່ມລູກຄ້າ.

ພວກເຮົາຫວັງວ່າຂໍ້ມູນຂ່າວສານຂອງການຈັດ ສໍາມະນານີ້ ຈະໄປຮອດໄປເຖິງ ຫຼາຍໆຜູ້ປະກອບກິດຈະການ MSME ໃນ ສປປ ລາວ. ຜູ້ປະກອບກິດຈະການທີ່ສົນໃຈເຂົ້າຮ່ວມໂຄງການຊຸດທີ 02

ສາມາດສອບຖາມຂໍ້ມູນເພີ່ມເຕີມ:

- ໂທ: 020 52 917 029

ອີເມວ - ອີເມວ: info@katalyst-partners.com