ບັນດາຜູ້ຊ່ຽວຊານ
ໂທນີ້ ເເຄມເບວ
ຜູ້ອອກເເບບບົດສອນ ເເລະ ຜູ້ນຳຄູຝຶກ /ຜູ້ຮ່ວມກໍ່ຕັ້ງ, Katalyst Partners
ໂທນີ້ ເເຄມເບວ ເປັນຜູ້ອອກແບບການຮຽນຮູ້, ຄູຝຶກ, ແລະ ຜູ້ອໍານວຍຄວາມສະດວກທີ່ໄດ້ຮັບຮາງວັນທີ່ມີປະສົບການຫຼາຍກວ່າ 35 ປີກ່ຽວກັບ ການເປັນຜູ້ນໍາ, ການບໍລິຫານຄຸ້ມຄອງ, ແລະການພັດທະນາວິຊາຊີບໃນທົ່ວອາຊີ, ເອີຣົບ, ອາເມລິກາເຫນືອ, ແລະອົດສະຕາລີ. ລາວໄດ້ອອກແບບ ແລະ ໃຫ້ບໍລິການເເກ່ໂຄງການຜູ້ປະກອບການຢ່າງກວ້າງຂວາງ ໃຫ້ກັບກະຊວງອຸດສາຫະກໍາແລະການຄ້າ, ILO, GIZ, ແລະ USAID ນອກຈາກນັ້ນຍັງມີ Katalyst Business mastery ແລະ Katalyst Marketing Mastery. ເຊີ່ງນັ້ນໄດ້ລວມມີໂຄງການທີ່ແນ່ໃສ່ນັກຮຽນ TVET ແລະຄູອາຈານ. ການຜູ້ປະກອບການຂອງລາວເອງນັ້ນ, ໂທນີ້ ກໍແມ່ນຫນຶ່ງໃນຜູ້ຮ່ວມກໍ່ຕັ້ງຂອງ Katalyst Partners ແລະ ເປັນຜູ້ນຳຄູຝຶກ.
- Phone:020 52917029
- Email:tony@katalyst-partners.com
ເເກ້ວວີສຸກ ດາລາສານ
ຜູ້ອຳນວຍການຝ່າຍບໍລິຫານ/ຜູ້ຮ່ວມກໍ່ຕັ້ງ, Katalyst Partners
ເເກ້ວວີສຸກ ດາລາສານ (ເເກ້ວ) ເປັນໜຶ່ງໃນທີ່ປຶກສາ ແລະ ຜູ້ລົງມືຕົວຈິງລະດັບຊັ້ນນໍາໃນການສຶກສາຜູ້ປະກອບການ ແລະ ການສົ່ງເສີມລະບົບນິເວດ start-up . ແກ້ວເປັນຜູ້ກໍ່ຕັ້ງ 108Jobs, ເວັບໄຊການສະໝັກວຽກທາງອອນລາຍຊັ້ນນໍາໃນ ສປປ ລາວ, ແລະ ເປັນຜູ້ຮ່ວມກໍ່ຕັ້ງຂອງ Katalyst Partners, ເປັນຜູ້ປະດິດສ້າງຊັ້ນນໍາຂອງປະເທດໃນການເສີມສ້າງທັກສະ ແລະ ຄວາມສາມາດຂອງ MSMEs. ນອກຈາກນັ້ນ ລາວຍັງໃຫ້ບໍລິການທີ່ປຶກສາ ຫຼື ຄໍາແນະນໍາຢ່າງສະໝ່ຳສະເໝີໃນງານ start-up, ການຝຶກອົບຮົມຜູ້ປະກອບການ, ແລະ ທຸລະກິດທີ່ສ້າງຕັ້ງຂຶ້ນ. ແກ້ວເປັນຜູ້ປະສານງານປະຈຳປະເທດ ຂອງໂຄງການ Tigers@Mekong start-up acceleratorໃນພາກພື້ນແມ່ນໍ້າຂອງໃນລະຫວ່າງປີ 2016-2019 ແລະ ໄດ້ມີບົດບາດສໍາຄັນໃນ LICA, ສະມາຄົມການຄ້າ ICT ລາວ.
- Phone:020 52917029
- Email:keovisouk@katalyst-partners.com
ຄຳຮູ້ ພັນລືເດດ
ຫົວໜ້າຄຸຝຶກ ເເລະ ຜູ້ອຳນວຍຄວາມສະດວກ /ຜູ້ຮ່ວມກໍ່ຕັ້ງ, Katalyst Partners
ຄຳຮູ້ ພັນລືເດດ (ຕູ່) ເປັນຜູ້ຮ່ວມກໍ່ຕັ້ງ Katalyst ແລະ ເປັນໜຶ່ງໃນຜູ້ອຳນວຍຄວາມສະດວກທີ່ໜ້າຊົມເຊີຍທີ່ສຸດຂອງປະເທດ, ລາວໄດ້ຮັບການຍ້ອງຍໍຢ່າງສູງຕໍ່ຄວາມສາມາດຂອງລາວໃນການນຳພາການຝຶກອົບຮົມ ແລະ ກິດຈະກຳຕ່າງໆໃຫ້ແກ່ຜູ້ເຂົ້າຮ່ວມທຸກພາກສ່ວນ. ຕູ່ ຍັງເປັນຜູ້ຮ່ວມກໍ່ຕັ້ງຂອງ ບໍລິສັດ Lao New Wave Cinema ເຊິ່ງເປັນບໍລິສັດທີ່ມີຄວາມພູມໃຈໃນຕົນເອງໃນການຟື້ນຟູວົງການຮູບເງົາ ແລະ ການສ້າງຮູບເງົາລາວໃນຍຸກປະຈຸບັນ. ຕູ່ ຍັງເປັນຜູ້ຊ່ຽວຊານຊັ້ນນໍາລະດັບປະເທດໃນການຊ່ວຍ MSMEs ນໍາໃຊ້ເຄື່ອງມືການອອກເເບບເຊີງຄວາມຄິດເພື່ອເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະປະດິດສ້າງຜະລິດຕະພັນ ແລະການບໍລິການຂອງພວກເຂົາ.
- Phone:020 52917029
- Email:khamhou@katalyst-partners.com