ການຂະຫຍາຍຖານລູກຄ້າຂອງທ່ານ
ນີ້ແມ່ນຮູບພາບບາງສ່ວນຈາກ ການຝຶກອົບຮົມຄັ້ງທີ່ສອງ ໃນໂຄງການ B-Strong ຄັ້ງທຳອິດ “ການຂະຫາຍຖານລູກຄ້າ” ຊຶ່ງຈັດຂື້ນໃນວັນທີ 25 ກັນຍາ 2023 ທີ່ ໂຮງແຮມ ລາວພາຊ່າ
ມີຜູ້ເຂົ້າຮ່ວມທີ່ເປັນຜູ້ປະກອບກິດຈະການ MSME ທັງໝົດ 25 ທ່ານ ທີ່ຜ່ານການຄັດເລືອກໂດຍ ກສວ ແລະ ບໍລິສັດ ຄະຕະລິສ ພາສເນີສ (Katalyst Partners), ໂດຍມີ MSME ທີ່ມາຈາກຂະແໜງການຕ່າງໆຄື: ກະສິກຳ, ຫັດຖະກຳ, ທ່ອງທ່ຽວ ແລະ ການສຶກສາ. ພາຍຫຼັງສໍາເລັດສໍາມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ສະແດງຄວາມຮູ້ສຶກຕໍ່ກັບການສໍາມະນາໃນຄັ້ງນີ້ວ່າມີປະໂຫຍດຫຼາຍສໍາລັບພວກເຂົາ, ເພາະມັນຊ່ວຍໃຫ້ພວກເຂົາຮັບຮູ້ຈຸດແຂງ, ຈຸດອ່ອນຂອງການດໍາເນີນທຸລະກິດ ແລະ ຍັງໄດ້ແນວຄວາມຄິດກ່ຽວກັບວິທີການພັດທະນາ ແລະ ປັບປຸງການດໍາເນີນທຸລະກິດໃນຍຸກເສດຖະກິດທີ່ມີການປ່ຽນແປງ. ນອກຈາກນັ້ນ, ການສໍາມະນາໃນຄັ້ງນີ້ ເຮັດໃຫ້ພວກເຂົາມີໂອກາດ ໃນການສ້າງເຄືອຂ່າຍທາງທຸລະກິດ, ເຮັດໃຫ້ເຂົາເຈົ້າໄດ້ມີການແລກປ່ຽນບົດຮຽນ, ຮຽນຮູ້ປະສົບການຈາກຜູ້ປະກອບກິດຈະການອື່ນໆທີ່ພວມປະເຊີນກັບສິ່ງທ້າທາຍ ແລະ ໂອກາດທີ່ຄ້າຍຄືກັນ.
ພວກເຮົາຫວັງວ່າຂໍ້ມູນຂ່າວສານຂອງການຈັດ ສໍາມະນານີ້ ຈະໄປຮອດໄປເຖິງ ຫຼາຍໆຜູ້ປະກອບກິດຈະການ MSME ໃນ ສປປ ລາວ. ຜູ້ປະກອບກິດຈະການທີ່ສົນໃຈເຂົ້າຮ່ວມໂຄງການຊຸດທີ 02 ສາມາດລົງທະບຽນໄວ້ໄດ້ທີ່ລິ້ງ: [https://forms.gle/cj27quA6Xe8GCoWk6
ພວກເຮົາຫວັງວ່າຂໍ້ມູນຂ່າວສານຂອງການຈັດ ສໍາມະນານີ້ ຈະໄປຮອດໄປເຖິງ ຫຼາຍໆຜູ້ປະກອບກິດຈະການ MSME ໃນ ສປປ ລາວ. ຜູ້ປະກອບກິດຈະການທີ່ສົນໃຈເຂົ້າຮ່ວມໂຄງການຊຸດທີ 02
ສາມາດສອບຖາມຂໍ້ມູນເພີ່ມເຕີມ:
- ໂທ: 020 52 917 029