ຂໍສະແດງຄວາມຍິນດີກັບຜູ້ປະກອບການ MSME ທັງ 25 ທ່ານ ທີ່ໄດ້ສໍາເລັດການເຂົ້າຮ່ວມໂຄງການ B-Strong 2023 ຄັ້ງທໍາອິດ.
ໂຄງການ B-Strong ເປັນສ່ວນໜຶ່ງຂອງໂຄງການ MSME A2F-ESR ຊຶ່ງໄດ້ຮັບການສະໜັບສະໜຼນໂດຍ ທະນາຄານໂລກ (WB). ໂຄງການດັ່ງກ່າວໄດ້ຮັບພັດທະນາຈາກການຮ່ວມມືລະຫວ່າງ ສໍານັກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ແລະ ບໍລິສັດ ຄະຕະລິສ ພາສເນີສ (Katalyst Partners), ທັງສອງຝ່າຍໄດ້ເຊັນສັນຍາຈ້າງງານຮ່ວມກັນໃນວັນທີ 22 ພຶດສະພາ 2023.
ພວກເຮົາຫວັງວ່າຂໍ້ມູນຂ່າວສານຂອງການຈັດ ສໍາມະນານີ້ ຈະໄປຮອດໄປເຖິງ ຫຼາຍໆຜູ້ປະກອບກິດຈະການ MSME ໃນ ສປປ ລາວ. ຜູ້ປະກອບກິດຈະການທີ່ສົນໃຈເຂົ້າຮ່ວມການຝຶກອົບຮົມຂອງໂຄງການຊຸດທີ 02
- ໂທ: 020 52 917 029