ໂຄງການ B-Strong
ໂຄງການ B-Strong ປະກອບມີການຝຶກອົບຮົມ 6 ຄັ້ງ ຝືກເຄິ່ງມື້ຕໍ່ອາທິດ, ລວມທັງໝົດເປັນ 6 ອາທິດ. ໄລຍະເວລາຄວາມຍາວຂອງໂປລແກລມຖືກອອກແບບມາເພື່ອໃຫ້ທ່ານມີໂອກາດທີ່ຈະນໍາໃຊ້ເຄື່ອງມື ແລະ ກົນລະຍຸດທີ່ພວກເຮົາແບ່ງປັນໃຫ້ນັ້ນໄປນຳໃຊ້ກັບທຸລະກິດຂອງທ່ານ ແລະ ເພື່ອເລີ່ມເຫັນການປ່ຽນເເປງ ແລະ ການເຕີບໂຕໃນທຸລະກິດຂອງທ່ານ. ນອກນັ້ນ, ຍັງມີງານພິທີຈົບການສຶກສາເພື່ອປິດໂຄງການ.
ໂມດູນ 1
ການເຮັດໃຫ້ທຸລະກິດຂອງທ່ານເຕີບໂຕ
ໃນການຝຶກອົບຮົມຄັ້ງທໍາອິດ, ທ່ານຈະມີໂອກາດທົບທວນຄືນຮູບແບບທຸລະກິດຂອງທ່ານໃນສະພາບເສດຖະກິດໃນປະຈຸບັນແລະ ກໍານົດຊ່ອງຫວ່າງ ແລະ ໂອກາດສໍາລັບການເຕີບໂຕ. ນອກນັ້ນທ່ານຍັງຈະສ້າງແຜນການ 10/10/10 ທີ່ຈະຊ່ວຍໃຫ້ທຸລະກິດຂອງທ່ານເຕີບໂຕຂື້ນ 33% ຫຼື ຫຼາຍກວ່ານັ້ນໃນປີຂ້າງຫນ້າ.
ໂມດູນ 2
ການຂະຫຍາຍຖານລູກຄ້າຂອງທ່ານ
ລູກຄ້າຂອງທ່ານເປັນດັ່ງເລືອດເເຫ່ງຊີວິດຂອງທຸລະກິດຂອງທ່ານ - ແຕ່ສິ່ງທີ່ເຮັດໃຫ້ທ່ານແຕກຕ່າງ ແລະ ທ່ານຈະສາມາດສື່ສານສິ່ງນັ້ນກັບພວກເຂົາເເນວໃດໃນແບບທີ່ເນັ້ນໃສ່ຄວາມຕ້ອງການຂອງພວກເຂົາ? ເຊິ່ງໃນໂມດູນ 2, ທ່ານຈະລະບຸໄດ້ວ່າລູກຄ້າໃນອຸດົມຄະຕິ ຂອງທ່ານແມ່ນໃຜ ແລະ ທ່ານສາມາດຊອກຫາພວກເຂົາໄດ້ຢູ່ໃສຫຼາຍຂຶ້ນ, ແລະ ສ້າງຂໍ້ສະເໜີທີ່ບໍ່ສາມາດປະຕິເສດໄດ້ ເພື່ອເຮັດໃຫ້ລູກຄ້າຂອງທ່ານຕັດສິນໃຈຊື້ຈາກທ່ານຢ່າງໄວວາ!
ໂມດູນ 3
ໂອກາດໃນການຄ້າທາງດ້ານເອເລັກໂຕຣນິກ
ໃນຊ່ວງຊຸມປີທີ່ຜ່ານມາ, ການຄ້າທາງດ້ານເອເລັກໂຕຣນິກ ແລະ ຕະຫຼາດດິຈິຕອນ ເຕີບໂຕຢ່າງໄວວາໃນ ສປປ.ລາວ ແລະ ການຂາຍສິນຄ້າ ແລະ ບໍລິການທາງອອນໄລນ໌ຍັງຄົງເຕີບໂຕຢ່າງໄວວາເຊັ່ນກັນ. ການຄ້າທາງດ້ານເອເລັກໂຕຣນິກ ເປັນແຮງຜັກດັນທີ່ຊົງພະລັງທີ່ສາມາດຂັບເຄື່ອນການເຕີບໂຕຂອງທຸລະກິດຂອງທ່ານໄດ້, ແຕ່ທ່ານໄດ້ນຳໃຊ້ໂອກາດທີ່ການຄ້າເອເລັກໂຕຣນິກມອບໃຫ້ນັ້ນໄດ້ຢ່າງເຕັມທີ່ຫຼືຍັງ?
ໃນໂມດູນນີ້, ທ່ານຈະໄດ້ຮັບຂໍ້ມູນເຊີງເລິກ ແລະ ຂໍ້ມູນໃນການຂັບເຄື່ອນການຕະຫຼາດ ແລະ ການຂາຍອອນໄລນ໌ ແລະ ການທຳຄວາມເຂົ້າໃຈເຖິງວິທີການດຶງດູດລູກຄ້າ ແລະ ຜູ້ທີ່ມີແນວໂນ້ມເປັນລູກຄ້າຜ່ານສື່ສັງຄົມອອນໄລນ໌ຜ່ານລັກສະນະທີ່ກະຕຸ້ນຍອດຂາຍໄດ້. ນອກຈາກນີ້, ທ່ານຍັງຈະໄດ້ວາງແຜນການຕະຫຼາດທາງສື່ສັງຄົມອອນໄລນ໌ທີ່ຈະເຊື່ອມຕໍ່ ແລະ ດຶງດູດລູກຄ້າຂອງທ່ານອີກດ້ວຍ.
ໂມດູນ 4
ໂອກາດທາງດ້ານນະວັດຕະກໍາ
ໃນໂລກທີ່ພວກເຮົາອາໄສຢູ່ທຸກມື້ນີ້, ທຸລະກິດຈຳເປັນຕ້ອງສ້າງສັນນະວັດຕະກຳຢ່າງຕໍ່ເນື່ອງ, ບໍ່ດັ່ງນັ້ນ ອາດສ່ຽງຕໍ່ການຕົກເປັນຝ່າຍຕາມຫຼັງຄູ່ແຂ່ງ. ແລະ ໂອກາດໃນການສັນສ້າງນະວັດຕະກຳສຳລັບ MSMEs ທຸກລາຍ, ຫາກທ່ານຮູ້ວ່າ ຕ້ອງຊອກຫາຢູ່ໃສ. ໃນໂມດູນນີ້, ທ່ານຈະ:
- ລະບຸໄດ້ເຖິງປັດໄຈສໍາຄັນສໍາລັບທຸລະກິດຂອງທ່ານ ແລະ ສິ່ງທີ່ປັບປຸງເລັກນ້ອຍສາມາດແຕ່ສົ່ງຜົນກະທົບໃນທາງບວກຕໍ່ຜົນໄດ້ຮັບຂອງທ່ານໄດ້.
- ຄິດຄົ້ນຫາແນວທາງສະເພາະເພື່ອປັບປຸງອັດຕາກໍາໄລຂອງທ່ານ.
- ລະບຸໄດ້ເຖິງໂອກາດໃນການສ້າງສັນນະວັດຕະກໍາທີ່ແນ່ໃສ່ລູກຄ້າ ເຊິ່ງຈະຊ່ວຍໃຫ້ທຸລະກິດຂອງທ່ານເໜືອກວ່າຄູ່ແຂ່ງ.
ໂມດູນ 5
ການຈັດການການເງິນ ແລະ ກະແສເງິນສົດ
ໃນຖານະເຈົ້າຂອງທຸລະກິດ, ທ່ານຕ້ອງມີຄວາມຊ່ຽວຊານພື້ນຖານຢ່າງໜ້ອຍທີ່ສຸດໃນການຈັດການການເງິນ ແລະ ກະແສເງິນສົດ, ລວມໄປເຖິງ ການສ້າງຄວາມເຂົ້າໃຈໂຕເລກທີ່ສຳຄັນ ແລະ ສິ່ງທີ່ໂຕເລກເຫຼົ່ານັ້ນບອກກັບທ່ານ.
ໃນໂມດູນນີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບງົບການເງິນທີ່ສຳຄັນ ແລະ ຂໍ້ມູນສຳຄັນທີ່ງົບການເງິນເຫຼົ່ານັ້ນມອບໃຫ້ທ່ານ. ນອກຈາກນີ້, ທ່ານຈະໄດ້ເຂົ້າໃຈອີກວ່າ ກະແສເງິນປຽບເໝືອນອົກຊີເຈນສຳລັບທຸລະກິດຂອງທ່ານແນວໃດ ແລະ ທ່ານຈະໄດ້ຮັບກົນລະຍຸດ ແລະ ເຄື່ອງມືທີ່ສາມາດນຳໃຊ້ໄດ້ ເພື່ອຕິດຕາມກະແສເງິນສົດຂອງທ່ານໄດ້ດີຂຶ້ນ. ທ່ານຈະໄດ້ຮຽນຮູ້ເຄັດລັບ ແລະ ກົນລະຍຸດບາງຢ່າງ ສຳລັບການຈັດການຕົ້ນທຶນຢ່າງມີປະສິດທິພາບຫຼາຍຂຶ້ນ ແລະ ເພີ່ມສຸຂະພາບທີ່ດີທາງການເງິນຂອງທຸລະກິດທ່ານ.
ໂມດູນ 6
ຄວາມທ້າທາຍກ່ຽວກັບຊັບພະຍາກອນມະນຸດ
MSMEs ປະເຊີນກັບຄວາມທ້າທາຍທີ່ບໍ່ຄືໃຜ ໃນຂະນະທີ່ພວກເຂົາເຕີບໂຕ ແລະ ເຈົ້າຂອງທຸລະກິດໄດ້ປ່ຽນຈາກການດຳເນີນທຸລະກິດ ໄປສູ່ການບໍລິຫານທຸລະກິດດ້ວຍຕົນເອງ. ໂມດູນນີ້ຈະພິຈາລະນາເຖິງຂໍ້ຜິດພາດທົ່ວໄປທີ່ເຈົ້າຂອງທຸລະກິດພົບພໍ້ ແລະ ມອບເຄື່ອງມື ແລະ ກົນລະຍຸດໃຫ້ແກ່ທ່ານ ເພື່ອສ້າງວັດທະນາທຳທາງທຸລະກິດທີ່ດີ ທີ່ແນ່ໃສ່ການສົ່ງມອບປະສົບການທີ່ເໝາະສົມທີ່ສຸດແກ່ລູກຄ້າ.
ແລະ ເນື່ອງຈາກໃນຖານະຜູ້ນຳທຸລະກິດ, ສິ່ງສຳຄັນກໍ່ຄື ຕ້ອງເຂັ້ມແຂງເຖິງວ່າຈະພົບພໍ້ທັງຊ່ວງເວລາຂາຂື້ນ ແລະ ຂາລົງທີ່ເກີດຂຶ້ນໃນການດຳເນີນທຸລະກິດ. ໂມດູນສຸດທ້າຍນີ້ ຈະສະແດງໃຫ້ທ່ານເຫັນເຖິງ ວິທີການຮັກສາຄວາມຢືດຫຍຸ່ນຂອງທ່ານ ເມື່ອທ່ານພົບພໍ້ກັບຄວາມທ້າທາຍໃນແຕ່ລະວັນ. ນອກຈາກນີ້, ທ່ານຍັງຈະຕ້ອງສ້າງແຜນປະຕິບັດທີ່ຈະຊ່ວຍຂັບເຄື່ອນການເຕີບໂຕທາງທຸລະກິດຂອງທ່ານ ໃຫ້ໄປໄດ້ໄກກວ່າ ໂຄງການ B-Strong.