ເປັນໂປຣແກຣມທີ່ໃຫ້ຄໍາປຶກສາທາງທຸລະກິດສໍາລັບຜູ້ປະກອບການ MSME ເຊີ່ງເປັນໂຄງການທີໄດ້ຮັບການສະໜັບສະໜູນຈາກ World Bank ຮ່ວມມືກັບກະຊວງອຸດສາຫະກໍາແລະການຄ້າ, ສຳນັກງານສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ Katalyst Partners. ໂດຍທ່ານຈະມີໂອກາດໄດ້ຮຽນຮູ້ ຈາກຜູ້ຊ່ຽວຊານຖືກຮອງຮັບ ໃນ 6 ບົດຮຽນດັ່ງນີ້:
📍 ການພັດທະນາແຜນທຸລະກິດ (ການເຕີບໂຕຂອງທຸລະກິດ ແລະ ຖານລູກຄ້າຂອງທ່ານ)
📍 ການຈັດການທາງດ້ານການເງິນ (ການຈັດການການເງິນ ແລະ ກະແສເງິນສົດ)
📍 ການຕະຫຼາດ (ໂອກາດທາງການຄ້າອອນໄລ, ໂອກາດໃນດ້ານນະວັດຕະກໍາ ແລະ ຄວາມທ້າທາຍກ່ຽວກັບບຸກຄົນ).
ມາຈັບຈອງບ່ອນນັ່ງຂອງທ່ານຕອນນີ້ ແລະ ລົງທຶນໃນອະນາຄົດຂອງທຸລະກິດທ່ານ! ບ່ອນນັ່ງເຫຼືອບໍ່ຫຼາຍແລ້ວ!
ສະໝັກຕອນນີ້ໄດ້ທີ່ລິ້ງນີ້ເລີຍ: https://forms.gle/3SzhkGWxL5cznHgr5
ເພື່ອເຂົ້າຮ່ວມໂຄງການB-Strong, ທ່ານຈະຕ້ອງ:
ເປັນເຈົ້າຂອງທຸລະກິດ ຫຼື ຜູ້ທີ່ມີອຳນາດຕັດສິນໃຈໃນບໍລິສັດ (ສະໜັບສະໜູນໃຫ້ເພດຍິງສະໝັກ);
• ເປັນພົນລະເມືອງລາວ ທີ່ມີອາຍຸບໍ່ຕໍ່າກວ່າ 18 ປີ;
• ມີທຸລະກິດທີ່ດຳເນີນກິດຈະການມາແລ້ວຢ່າງໜ້ອຍ 1ປີ;
• ມີທຸລະກິດທີ່ຈົດທະບຽນແລ້ວ (ຖ້າຫາກຍັງບໍ່ໄດ້ຈົດທະບຽນ ພວກເຮົາສາມາດຊ່ວຍທ່ານໄດ້);
• ເປັນເຈົ້າຂອງ MSME ທຸກຂະໜາດ ຫຼື ທຸກປະເພດ (ສໍາລັບເຈົ້າຂອງທຸລະກິດອິດສະລະກໍ່ສາມາດເຂົ້າຮ່ວມໄດ້);
ໂດຍການເຂົ້າຮ່ວມໂຄງການນີ້, ທ່ານຈະໄດ້:
✅ ຮຽນກັບຜູ້ຊ່ຽວຊານດ້ານການບໍລິຫານທຸລະກິດ, ການເງິນ ແລະ ການຕະຫຼາດ
✅ ຮັບຄຳປຶກສາຟຣີຈາກຜູ້ຊ່ຽວຊານໃນພາກທຸລະກິດ
✅ ຮັບຄຳແນະນຳໃນການສ້າງແຜນທຸລະກິດຂອງທ່ານ
✅ ຮັບຄຳຕິຊົມ ແລະ ຊ່ວຍດັດແກ້ແຜນທຸລະກິດທີ່ມີຢູ່ຂອງທ່ານ
✅ ມີໂອກາດພົບປະ ແລະ ສ້າງເຂືອຂ່າຍກັບຜູ້ຊ່ຽວຊານໃນແຕ່ລະສາຂາ
✅ ມີໂອກາດໄດ້ໂອ້ລົມກັບທະນາຄານ ຫຼື ສະຖາບັນການເງິນ ກ່ຽວກັບການຂະຫຍາຍແຫຼ່ງທຶນໃນອະນາຄົດ
✅ ສ້າງ connections ກັບເຈົ້າຂອງທຸລະກິດທ່ານອື່ນໆ ລວມເຖິງການແບ່ງປັນຂໍ້ມູນ ແລະປະສົບການຕ່າງໆ
✅ ຮັບ certificate ຫຼັງຈົບໂຄງການ
ຫາກທ່ານຕ້ອງການຂໍ້ມູນເພີ່ມເຕີມ, ຕິດຕໍ່ຫາພວກເຮົາໄດ້ເລີຍ!
💻info@katalyst-partners.com
📱 020 52917029